Ticker

6/recent/ticker-posts

ຜົນ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝ​ທີ XI

    



     ຜົນ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝ​ທີ XI ຊຶ່ງ​ສະ​ເໜີໂດຍ​ ສະຫາຍ ບຸນທອງ ຈິດມະນີ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ມີ​ດັ່ງນີ້: ຕາມການ​ມອບ​ໝາຍ ຂອງ​ຄະນະ​ປະທານ​ກອງ​ປະຊຸມ​ໃຫຍ່, ຂ້າພະເຈົ້າ​ ຂໍ​ແຈ້ງ​ຜົນ​ການ​ເລືອກຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ; ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝ​ທີ XI ປະກອບ​ມີ ກໍາ​ມະ​ການ​ສົມບູນ​ສູນ​ກາງ​ພັກ 71 ສະຫາຍ, ໃນ​ນັ້ນ​ມີ​ເພດ​ຍິງ 12 ສະຫາຍ ແລະ ກໍາ​ມະ​ການ​ສໍາ​ຮອງສູນ​ກາງ​ພັກ 10 ສະຫາຍ, ໃນ​ນັ້ນ​ມີ​ເພດ​ຍິງ 2 ສະ​ຫາຍ. ຄຸນ​ລັກສະນະ​ຂອງ​ຄະນະ​ບໍລິຫານ​ງານ​ສູນກາງ​ພັກ​ສົມບູນ​ຄັ້ງ​ນີ້ ມີ​ດັ່ງນີ້:

* ດ້ານ​ອາຍຸ​ກະສຽນ:

– ອາຍຸ 60 ປີ​ຂຶ້ນ​ໄປ​ມີ 36 ສະຫາຍ, ກວມ 50,70%.

– ອາຍຸ 46-59 ປີ ມີ 35 ສະຫາຍ, ກວມ 49,30%.

– ອາຍຸ​ສູງ​ສຸດ 75 ປີ, ອາ​ຍຸ​ຕໍ່າ​ສຸດ 46 ປີ, ອາຍຸ​ສະເລ່ຍ 59 ປີ.

    ບັນດາ​ສະ​ຫາຍ​ກໍາ​ມະ​ການ​ສູນ​ກາງ​ພັກທີ່​ໄດ້​ເຂົ້າ​ການປະຕິວັດ​ກ່ອນ​ປີ 1975 ມີ 19 ສະຫາຍ, ກວມ 26,76%, ຫຼັງ ​ປີ 1975 ມີ 52 ສະຫາຍ, ກວມ 73,24%, ເຂົ້າ​ພັກ​ກ່ອນປີ 1975 ມີ 7 ສະຫາຍ, ກວມ 9,85%. ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ລ້ວນ​ແຕ່​ໄດ້​ຮັບ​ການ​ທົດ​ສອບ, ຝຶກ​ຝົນ​ຫຼໍ່​ຫຼອມ​ຈາກ​ຂະບວນ​ການ​ຕົວ​ຈິງ, ເປັນ​ຜູ້​ມີ​ຄວາມ​ຕັ້ງໜ້າ​ຫ້າວຫັນ​ໃນ​ພາລະກິດ​ປ່ຽນແປງ​ໃໝ່, ໄດ້​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ຖັນ​ແຖວ​ພະນັກ​ງານ​-​ສະມາຊິກ​ພັກ ແລະ ປະຊາຊົນ ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະ ເທດ​ຊາດ ຕະຫຼອດ​ໄລຍະ 45 ປີ​ທີ່​ຜ່ານ​ມາ, ກໍາ​ມະ​ການ​ສູນ​ກາງ​ພັກ​ຊຸດ​ນີ້ສ່ວນ​ຫຼາຍ​ໄດ້​ຜ່ານ​ການ​ສຶກສາ​ຮໍ່າ​ຮຽນ​ທິດ​ສະ​ດີ​ມາກ​-​ເລ​ນິນ ທັງ​ລະ​ບົ​ບບໍາ​ລຸງ ແລະ ກໍ່ສ້າງ, ໄດ້​ຮັບ​ການສຶກສາ​ດ້ານ​ວິຊາ​ສະເພາະ ແລະ ເຕັກນິກ​ວິທະຍາສາດ ນັບ​ແຕ່​ຊັ້ນ​ກາງ​ຂຶ້ນ​ໄປ, ໃນ​ນັ້ນ​ຈົບ​ປະລິນຍາ​ເອກ ມີ 28 ສະຫາຍ, ກວມ 39,43%, ປະລິນຍາ​ໂທ​ມີ 27 ສະຫາຍ, ກວມ 38,02%.

* ລາຍ​ຊື່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝທີ XI ມີ​ດັ່ງ​ຕໍ່​ໄປ​ນີ້:

ກໍາ​ມະ​ການ​ສົມບູນ​ສູນ​ກາງ​ພັກ ລວມ​ມີ 71 ສະຫາຍ, ຍິງ 12 ສະຫາຍ;

1. ສະຫາຍ ປອ ທອງ​ລຸນ ສີ​ສຸ​ລິດ

2. ສະຫາຍ ປອ ພັນ​ຄໍາ ວິພາ​ວັນ

3. ສະຫາຍ ນາງ ປານີ ຢາ​ທໍ່​ຕູ້

4. ສະຫາຍ ປອ ບຸນ​ທອງ ຈິດ​ມະນີ

5. ສະຫາຍ ປອ ໄຊ​ສົມ​ພອນ ພົມວິຫານ

6. ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ

7. ສະຫາຍ ປອ ຄໍາ​ພັນ ພົມ​ມະ​ທັດ

8. ສະຫາຍ ປອ ສິນ​ລະ​ວົງ ຄຸດ​ໄພທູນ

9. ສະຫາຍ ສອນ​ໄຊ ສີ​ພັນ​ດອນ

10. ສະຫາຍ ສຈ ປອ ກິ​ແກ້ວ ໄຂ​ຄໍາ​ພິທູນ

11. ສະຫາຍ ພົນ​ໂທ ວິໄລ ຫຼ້າ​ຄໍາ​ຟອງ

12. ສະຫາຍ ນາງ ສີໃສ ລື​ເດດ​ມູນ​ສອນ

13.ສະຫາຍ ສະເຫຼີມ​ໄຊ ກົມ​ມະ​ສິດ

14. ສະຫາຍ ປອ ຄໍາ​ພັນ ເຜີຍ​ຍະ​ວົງ

15. ສະຫາຍ ປອ ອານຸ ພາບ ຕຸ​ນາ​ລົມ

16. ສະຫາຍ ຮສ ປອ ທອງ​ສະ​ລິດ ມັງໜໍ່​ເມກ

17. ສະຫາຍ ປອ ນາງ ສູນ​ທອນ ໄຊ​ຍະ​ຈັກ

18. ສະຫາຍ ປອ ນາງ ວຽງ​ທອງ ສີ​ພັນ​ດອນ

19. ສະຫາຍ ສຈ ປອ ຈະເລີນ ເຢຍ​ປາວ​ເຮີ

20. ສະຫາຍ ຄໍາ​ໃບ ດໍາ​ລັດ

21. ສະຫາຍ ສົມ​ມາດ ພົນ​ເສນາ

22. ສະຫາຍ ປອ ຄໍາ​ແພງ ໄຊ​ສົມ​ແພງ

23. ສະຫາຍ ພົນ​ໂທ ສຸ​ວອນ ເລືອ​ງ​ບຸນ​ມີ

24. ສະຫາຍ ຄໍາ​ເຈນ ວົງ​ໂພ​ສີ

25. ສະຫາຍ ຄໍາ​ພັນ ສິດ​ທິ​ດໍາ​ພາ

26. ສະຫາຍ ຄໍາ​ເຜີຍ ບຸດ​ດາ​ວຽງ

27. ສະຫາຍ ພົນ​ໂທ ປອ ທອງ​ລອຍ ສິລິ​ວົງ

28. ສະຫາຍ ປອ ກອງ​ແກ້ວ ໄຊ​ສົງຄາມ

29. ສະຫາຍ ດຣ ນາງ ອິນ​ລາ​ວັນ ແກ້ວ​ບຸນ​ພັນ

30. ສະຫາຍ ຄໍາ​ຂັນ ຈັນທະ​ວີ​ສຸກ

31. ສະຫາຍ ນາງ ເຂັມ​ມະນີ ພົນ​ເສນາ

32. ສະຫາຍ ບັນດິດ ສຈ ບໍ່​ວຽງ​ຄໍາ ວົງ​ດາລາ

33. ສະຫາຍ ປອ ສອນ​ທະນູ ທໍາ​ມະ​ວົງ

34. ສະຫາຍ ປອ ວິໄລ​ວົງ ບຸດ​ດາ​ຄໍາ

35. ສະຫາຍ ປອ ເພັດ ພົມ​ພິ​ພັກ

36. ສະຫາຍ ພົງ​ສະຫວັນ ສິດ​ທະ​ວົງ

37. ສະຫາຍ ວັນ​ໄຊ ແພງ​ຊຸມ​ມາ

38. ສະຫາຍ ສັນຕິພາບ ພົມວິຫານ

39. ສະຫາຍ ນາງ ບຸນ​ຄໍາ ວໍລະ​ຈິດ

40. ສະຫາຍ ປອ ບົວ​ຄົງ ນາມ​ມະ​ວົງ

41. ສະຫາຍ ສອນ​ໄຊ ສິດ​ພະ​ໄຊ

42. ສະຫາຍ ນາງ ໃບ​ຄໍາ ຂັດຕິຍະ

43. ສະຫາຍ ອາ​ລຸນ​ໄຊ ສູນ​ນະລາດ

44. ສະຫາຍ ນາງ ສວນ​ສະຫວັນ ວິ​ຍະ​ເກດ

45. ສະຫາຍ ປອ ໂພ​ໄຊ ໄຊ​ຍະ​ສອນ

46. ສະຫາຍ ລາວ​ປາວ​ຊົ່ງ ນະ​ວົງ​ໄຊ

47. ສະຫາຍ ເລັດ ໄຊຍະ​ ພອນ

48. ສະຫາຍ ພົນ​ຕີ ຄໍາ​ລຽງ ອຸ​ທະ​ໄກສອນ

49. ສະຫາຍ ບຸນ​ໂຈມ ອຸບົນ​ປະເສີດ

50. ສະຫາຍ ຄໍາ​ຜອຍ ວັນນະ​ສານ

51. ສະຫາຍ ເຫຼັກໄຫຼ ສີວິໄລ

52. ສະຫາຍ ວຽງ​ສະ​ຫວັດ ສີ​ພັນ​ດອນ

53. ສະຫາຍ ຄໍາ​ໄຫຼ ສີປະ ເສີດ

54. ສະຫາຍ ຮສ ປອ ພຸດ ສີ​ມ​ມາລາ​ວົງ

55. ສະຫາຍ ວັນ​ໄຊ ພອງ​ສະຫວັນ

56. ສະຫາຍ ດຣ ບຸນ​ແຝງ ພູມ​ມະ​ໄລ​ສິດ

57. ສະຫາຍ ນາງ ອາລີ ວົງ​ໜໍ່​ບຸນ​ທໍາ

58. ສະຫາຍ ໄພ​ວີ ສີ​ບົວ​ລິ​ພາ

59. ສະຫາຍ ຮສ ພູ​ວົງ ອຸ່ນ​ຄໍາ​ແສນ

60. ສະຫາຍ ປອ ທອງ​ຈັນ ມະນີ​ໄຊ

61. ສະຫາຍ ບຸນ​ຈັນ ສີ​ວົງ​ພັນ

62. ສະຫາຍ ທອງ​ສະ ຫວັນ ພົມວິຫານ

63. ສະຫາຍ ໄຊຊະນະ ໂຄດ​ພູທອນ

64. ສະຫາຍ ອາດ​ສະພັງ​ທອງ ສີ​ພັນ​ດອນ

65. ສະຫາຍ ປອ ລີ​ເບີ ລີ​ບົວ​ປາວ

66. ສະຫາຍ ນາງ ບຸດ​ສະ​ດີ ທະນະ​ເມືອງ

67. ສະຫາຍ ພົນ​ຕີ ກົງ​ທອງ ພົງ​ວິຈິດ

68. ສະຫາຍ ພົນ​ຕີ ປອ ວົງ​ຄໍາ ພົມ​ມະກອນ

69. ສະຫາຍ ນາງ ປີ່​ງຄໍາ ລາຊະ​ສິມ​ມາ

70. ສະຫາຍ ພົນ​ຕີ ວັນ​ທອງ ກອງ​ມະນີ

71.ສະຫາຍ ປອ ດາວ​ວົງ ພອນ​ແກ້ວ

ກໍາ​ມະ​ການ​ສໍາ​ຮອງ ສູນ ​ກາງ​ພັກ 10 ສະຫາຍ, ຍິງ 2 ສະຫາຍ:

1. ສະຫາຍ ມະ​ໄລ​ທອງ ກົມ​ມະ​ສິດ

2. ສະຫາຍ ບຸນ​ຄົງ ຫຼ້າ​ຈຽມ​ພອນ

3. ສະຫາຍ ວັນ​ສີ ກົວ​ມົວ

4. ສະຫາຍ ວິໄລ​ວັນ ບຸດ​ດາ​ຄໍາ

5. ສະຫາຍ ຮສ ປອ ລິນ​ຄໍາ ດວງ​ສະຫວັນ

6. ສະຫາຍ ວຽງ​ທະວີ​ສອນ ເທບ​ພະຈັນ

7. ສະຫາຍ ມອນ​ໄຊ ລາວ​ມົວ​ຊົ່ງ

8. ສະຫາຍ ບຸນ​ຕາ ເທບ​ພະ​ວົງ

9. ສະຫາຍ ນາງ ອໍາ​ໄພ​ວອນ ລ້ອມ​ບູນ​ແພງ

10. ສະຫາຍ ພັນ​ເອກ ນາງ ລີ​ວົງ ລາວ​ລີ

ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝ​ທີ XI ໄດ້​ດໍາ​ເນີນ​ໃນຕອນ​ເຊົ້າ​ຂອງ​ວັນ​ທີ 15 ມັງກອນ 2021 ໄດ້ເລືອກ​ ຕັ້ງ​ກົມ​ການເມືອງສູນກາງ​ພັກ, ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຜູ້​ປະ​ຈໍາ​ການ​ຄະນະ​ເລຂາທິການ​ສູນກາງ​ພັກ; ພ້ອມນັ້ນກໍໄດ້​ເລືອກ​ຕັ້ງ​ເອົາ​ປະທານ, ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກດັ່ງນີ້:

ກົມ​ການເມືອງ​ສູນ​ກາງ​ພັກ ປະກອບ​ມີ 13 ສະຫາຍ ດັ່ງນີ້:

1. ສະຫາຍ ປອ ທອງ​ລຸນ ສີ​ສຸ​ລິດ

2. ສະຫາຍ ປອ ພັນ​ຄໍາ ວິພາ​ວັນ

3. ສະຫາຍ ນາງ ປານີ ຢາ​ທໍ່​ຕູ້

4. ສະຫາຍ ປອ ບຸນ​ທອງ ຈິດ​ມະນີ

5. ສະຫາຍ ປອ ໄຊ​ສົມ​ພອນ ພົມວິຫານ

6. ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ

7. ສະຫາຍ ປອ ຄໍາ​ພັນ ພົມ​ມະ​ທັດ

8. ສະຫາຍ ປອ ສິນ​ລະ​ວົງ ຄຸດ​ໄພທູນ

9. ສະຫາຍ ສອນ​ໄຊ ສີ​ພັນ​ດອນ

10. ສະຫາຍ ສຈ ປອ ກິ​ແກ້ວ ໄຂ​ຄໍາ​ພິທູນ

11. ສະຫາຍ ພົນ​ໂທ ວິໄລ ຫຼ້າ​ຄໍາ​ຟອງ

12. ສະຫາຍ ນາງ ສີໃສ ລື​ເດດ​ມູນ​ສອນ

13. ສະຫາຍ ສະເຫຼີມ​ໄຊ ກົມ​ມະ​ສິດ

ຄະນະ​ເລຂາທິການ​ສູນ​ກາງ​ພັກ ປະກອບ​ມີ 9 ສະ ຫາຍ ດັ່ງນີ້:

1. ສະຫາຍ ປອ ທອງ​ລຸນ ສີ​ສຸ​ລິດ

2. ສະຫາຍ ປອ ບຸນ​ທອງ ຈິດ​ມະນີ

3. ສະຫາຍ ປອ ຄໍາ​ພັນ ພົມ​ມະ​ທັດ

4. ສະຫາຍ ນາງ ສີໃສ ລື​ເດດ​ມູນ​ສອນ

5. ສະຫາຍ ປອ ຄໍາ​ພັນ ເຜີຍ​ຍະ​ວົງ

6. ສະຫາຍ ປອ ອານຸພາບ ຕຸ​ນາ​ລົມ

7. ສະຫາຍ ຮສ ປອ ທອງ​ສະ​ລິດ ມັງ​ໜໍ່​ເມກ

8. ສະຫາຍ ປອ ນາງ ສູນ​ທອນ ໄຊ​ຍະ​ຈັກ

9. ສະຫາຍ ປອ ນາງ ວຽງ​ທອງ ສີ​ພັນ​ດອນ

ກອງ​ປະຊຸມ​ໄດ້​ເລືອກຕັ້ງ​ເອົາສະຫາຍ ປອ ບຸນ​ທອງ ຈິດ​ມະນີ ເປັນ​ຜູ້​ປະ​ຈໍາ​ການ​ຄະນະເລຂາທິການ​ສູນ​ກາງ​ພັກ

ດ້ວຍ​ຄວາມ​ຮັບ​ຮູ້, ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ ແລະ ການ​ອຸທິດ​ສະຕິປັນຍາ, ເຫື່ອແຮງຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ ຮ່ວມ​ກັບ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ໃນການ​ນໍາພາ​ ການ​ປະຕິວັດ​ຢູ່​ປະເທດ​ເຮົາ ໂດຍ​ສະເພາະ​ແມ່ນ​ການ​ນໍາ​ພາ ພາລະກິດ​ປ່ຽນແປງ​ໃໝ່​ໃຫ້​ດໍາ​ເນີນໄປ​ຢ່າງ​ຖືກຕ້ອງ ແລະ ໜັກ​ແໜ້ນ, ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝທີ XI ກໍ​ໄດ້​ເປັນ​ເອກະສັນ​ກັນ​ຢ່າງສົມບູນເລືອກ​ຕັ້ງ ສະຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ທີ່​ເຄົາລົບຮັກ ເປັນ​ເລຂາທິການ​ໃຫຍ່ ຄະນະບໍລິຫານ​ງານ​ສູນ​ກາງ​ພັກສະ ໄໝ​ທີ XI.

ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກໄດ້​ເລືອກ​ຕັ້ງ​ເອົາປະທານ ແລະ ຮອງ​ປະທານຄະນະ​ກວດກາສູນ​ກາງ​ພັກ ໃນນັ້ນເຫັນ​ດີ​ເອກະ​ພາບ​ເລືອກສະຫາຍ ປອ ຄໍາ​ພັນ ພົມ​ມະ​ທັດ ເປັນ​ປະທານ​ຄະນະກວດກາ​ສູນ​ກາງ​ພັກ ແລະ ເລືອກ​ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ 6 ສະຫາຍ ດັ່ງ​ມີ​ລາຍ​ຊື່ລຸ່ມ​ນີ້:

1. ສະຫາຍ ວິໄລ​ວັນ ບຸດ​ດາ​ຄໍາ

2. ສະຫາຍ ສີ​ໄນ ມຽງລາວັນ

3. ສະຫາຍ ສຸກ​ຄໍາ​ເພັດ ເຮືອງ​ບຸດ​ສີ

4. ສະຫາຍ ດາວ ​ບົວລະພາ ບາ​ວົງ​ເພັດ

5. ສະຫາຍ ໄຊ​ຄໍາ ອຸ່ນ​ມີ​ໄຊ

6. ສະຫາຍ ວັນ​ໄຊ ຊົງ​ຊາ​ຢູ

    ການ​ເລືອກ​ຕັ້ງ​ເອົາການນໍາ​ສູງ​ສຸດ​ຂອງ​ພັກ​ເຮົາ​ໃນ​ເທື່ອນີ້ໄດ້​ດໍາ​ເນີນ​ໄປ​ຢ່າງ​ມີປະຊາທິປະໄຕ, ສະແດງ​ເຖິງ​ສະຕິປັນຍາ ແລະ ຄວາມ​ສາມັກຄີ​ເປັນ​ເອກະ​ພາບທີ່​ເປັນ​ມູນເຊື້ອ​ອັນ​ດີງາມ​ຂອງ​ພັກ, ຮັບປະກັນ​ລັກສະນະ​ສືບ​ທອດ​ຕໍ່​ເນື່ອງ​ແຫ່ງ​ການ​ນໍາ​ພາ​ອັນ​ໜັກ​ແໜ້ນ​ຂອງ​ພັກ​ເຮົາ.

    ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຜູ້​ແທນ, ບັນດາ​ສະຫາຍ​ກໍາ​ມະ​ການ​ສູນ​ກາງພັກ ທີ່ໄດ້​ຮັບ​ການເລືອກ​ຕັ້ງ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ຈະ​ສຸມສະຕິປັນຍາ, ກໍາ​ລັງ​ວັງຊາ, ຄວາມສາ ມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ເພື່ອ​ແບກ​ຫາບ​ພາລະ​ໜ້າທີ່​ອັນ​ສູງ​ສົ່ງ ແລະ ໜັກໜ່ວງ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ມອບ​ໝາຍ​ໃຫ້.

แสดงความคิดเห็น

0 ความคิดเห็น