Ticker

6/recent/ticker-posts

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ IX

 











            ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ IX ໄດ້ໄຂຂຶ້ນແຕ່ວັນທີ 23 ເຖິງວັນທີ 24 ພະຈິກ ປີ 2020 ທີ່ສະໂມສອນໃຫຍ່ຂອງແຂວງ. ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ໂພໄຊ ໄຊຍະສອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ - ຮັກສາການເຈົ້າແຂວງໆສາລະວັນ. ກອງປະຊຸມສຸດທີ່ມີຄວາມປິຕິຊົມຊື່ນທີ່ໄດ້ຮັບຕ້ອນ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມຈົນສໍາເລັດ. ກອງປະຊຸມຄັ້ງນີ້, ມີຜູ້ແທນເຂົ້າຮ່ວມທັງໝົດ 356 ສະຫາຍ, ຍິງ 52 ສະຫາຍ. ໃນນັ້ນ, ຜູ້ແທນສົມບູນມີ 321 ສະຫາຍ, ຍິງ 46 ສະຫາຍ ທີ່ມາຈາກຂະແໜງການ, ກົມກອງອ້ອມຂ້າງແຂວງ ແລະ 8 ເມືອງ ເຊິ່ງເປັນຕົວແທນສະມາຊິກພັກ ທົ່ວແຂວງ 14.033 ສະຫາຍ ແລະ ມີແຂກຖືກເຊີນເຂົ້າຮ່ວມ 35 ສະຫາຍ, ຍິງ 6 ສະຫາຍ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນຄັ້ງນີ້ ໄດ້ມີແນວຄິດຊີ້ນຳພາຍໃຕ້ຄຳຂວັນ “ ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະພັກທຸກຂັ້ນ ເພີ່ມທະວີຄວາມສັກສສິດໃນການຄຸ້ມຄອງລັດ - ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ອອກແຮງຂຸດຄົ້ນທ່າແຮງບົ່ມຊ້ອນ ແລະ ຄວາມອາດສາມາດຕົວຈິງ ຂອງທ້ອງຖິ່ນ ໂດຍຖືເອົາການກະສິກໍາ ຕິດພັນກັບອຸດສາຫະກໍາ ແລະ ການບໍລິການ, ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມ ຄວາມສາມັກຄີປອງດອງບັນດາເຜົ່າ ດຸໝັ່ນ ອາດຫານ ແລະ ກ້າວຂຶ້ນ”.
        (1). ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກໍານົດໄວ້, ເຊິ່ງຜູ້ສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ຍິງ 4 ສະຫາຍ, ເລືອກໄດ້ 33 ສະຫາຍ, ຍິງ 3 ສະຫາຍ ເຊິ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ປອ ໂພໄຊ ໄຊຍະສອນ
2. ສະຫາຍ ສີເຮັງ ຫອມສົມບັດ
3. ສະຫາຍ ນາງ ບຸນທະວີ ດວງລາສີ
4. ສະຫາຍ ພູທົງ ຄໍາມະນີວົງ
5. ສະຫາຍ ວິຊຽນ ນະວິກຸນ
6. ສະຫາຍ ຈັນສະໝອນ ພົມມະແສງ
7. ສະຫາຍ ແຫວນເພັດ ລັດດາວົງ
8. ສະຫາຍ ສົມໃຈ ອຸ່ນຈິດ
9. ສະຫາຍ ຄໍາຕາ ໂຮ່ຊົງເຮືອງ
10. ສະຫາຍ ພັອ ພູວັນ ພິມມະຈັນ
11. ສະຫາຍ ສີລິສັກ ຖະໝອມຮັກ
12. ສະຫາຍ ຈັນສີລອນ ສີສົມບູນ
13. ສະຫາຍ ຂັນໄຊ ຣັດຖະເຮົ້າ
14. ສະຫາຍ ດຣ ບົວໄລ ແສນແກ້ວມີກໍ
15. ສະຫາຍ ອານຸສັກ ຈໍາປາຄໍາ
16. ສະຫາຍ ປອ ສະໄໝ ໂພທິສານ
17. ສະຫາຍ ບຸນເນື້ອ ຫຼອງຄໍາໄຕ
18. ສະຫາຍ ປອ ໂພສີ ແກ້ວສີພັນດອນ
19. ສະຫາຍ ບຸນຍູ້ ຈັນທະລັງສີ
20. ສະຫາຍ ທອງໃສ ເພັດລາສີ
21. ສະຫາຍ ຈັນເພັງ ສາຍທໍາມະວົງ
22. ສະຫາຍ ບຸນເຕີ້ຍ ດວງສຸລິຍະວົງສາ
23. ສະຫາຍ ສົມສັກ ທົງຄໍາຫານ
24. ສະຫາຍ ພັອ ສີເສີດ ສອນລາດາ
25. ສະຫາຍ ນາງ ວາດສະໜາ ໂພໄຊຍະວົງ
26. ສະຫາຍ ວິໄລ ສີລາດວງໃຈ
27. ສະຫາຍ ມະໄລວອນ ສີປະເສີດ
28. ສະຫາຍ ທອງດີ ຈັນທະວົງ
29. ສະຫາຍ ດຣ ອາຄົມ ລໍ່າວິຈິດ
30. ສະຫາຍ ຄໍາຜ່ານ ສີລາວີ
31. ສະຫາຍ ເວີນມະນີ ມຸ່ງສີວົງສາ
32. ສະຫາຍ ສັກດາ ແກ້ວດວງສີ
33. ສະຫາຍ ນາງ ສູນໄຖ ໄຊຍະແສງ
            (2). ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX ໄດ້ເອກະສັນກັນເລືອກເອົາຄະນະປະຈຳພັກແຂວງ ດັ່ງນີ້:
- ເລືອກຕັ້ງເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 1 ສະຫາຍ ດັ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ປອ ໂພໄຊ ໄຊຍະສອນ
2. ສະຫາຍ ສີເຮັງ ຫອມສົມບັດ
3. ສະຫາຍ ນາງ ບຸນທະວີ ດວງລາສີ
4. ສະຫາຍ ພູທົງ ຄໍາມະນີວົງ
5. ສະຫາຍ ວິຊຽນ ນະວິກຸນ
6. ສະຫາຍ ຈັນສະໝອນ ພົມມະແສງ
7. ສະຫາຍ ແຫວນເພັດ ລັດດາວົງ
8. ສະຫາຍ ສົມໃຈ ອຸ່ນຈິດ
9. ສະຫາຍ ຄໍາຕາ ໂຮ່ຊົງເຮືອງ
10. ສະຫາຍ ພັອ ພູວັນ ພິມມະຈັນ
11. ສະຫາຍ ຂັນໄຊ ລັດຖະເຮົ້າ
        (3). ກອງປະຊຸມໄດ້ເປັນເອກະພາບກັນເລືອກເອົາເລຂາ ແລະ ຮອງເລຂາຄະນະບໍລິຫານງານພັກແຂວງ ດັ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ໂພໄຊ ໄຊຍະສອນ ເປັນເລຂາຄະນະບໍລິຫານງານພັກແຂວງ.
2. ສະຫາຍ ສີເຮັງ ຫອມສົມບັດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
3. ສະຫາຍ ນາງ ບຸນທະວີ ດວງລາສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
        (4). ກອງປະຊຸມເລືອກເອົາປະທານ ແລະ ຮອງປະທານກວດກາພັກແຂວງ ດັ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ວິຊຽນ ນະວິກຸນ ເປັນປະທານກວດກາພັກແຂວງ.
2.ສະຫາຍ ເລີດສະຫມີ ຈັນສີຍະວົງ ເປັນຮອງປະທານກວດກາພັກແຂວງ.
3. ສະຫາຍ ແສງທອງ ສີອ່ອນສາ ເປັນຮອງປະທານກວດກາພັກແຂວງ.
4. ສະຫາຍ ນາງ ແສງອາລຸນ ຈັນທະລາດ ເປັນຮອງປະທານກວດກາພັກແຂວງ.

แสดงความคิดเห็น

0 ความคิดเห็น